ມຸນເດີມ
Home Page

Traditions

Lao Proverbs

Literature

Buddhist Philosophy

Poems 

Love Poems

Writings

Poetry Album




ສະບາຍດີ

ບອກຢ່າງຕົງໄປຕົງມາ ຂ້າພະເຈົ້າເອງກໍບໍ່ຄ່ອຍເຂົ້າໃຈຄໍາວ່າມຸນເດີມນີ້ ຕ້ອງໃຊ້ເວລາຊອບຖາມນໍາຜູ້ຮູ້ມາພໍສົມຄວນ ຕ້ອງຍອມຮັບວ່າ ຄໍາເວົ້ານີ້ເລີກອີຫລີ ເພາະນີ້ເປັນກົກເຄົ້າຂອງເຊື້ອຊາດລາວເຮົາແທ້ ຂ້າພະເຈົ້າເອງກໍແປກໃຈວ່າ ເອົ໊າ
ຊັ້ນເປັນຫຍັງພໍ່ແມ່ເຊື້ອສາຍລາຍລ່ອງຂອງຂ້າພະເຈົ້າຈຶ່ງບໍ່ສອນສັ່ງຂ້າພະເຈົ້າໃຫ້ຮູ້ແດ່? ບາງທີພວກເພີ່ນອາດຈະລືມ ຄິດວ່າມັນບໍ່ສໍາຄັນປານໃດ ຫລືອີກຢ່າງກໍອາດຈະຄິດວ່າລູກໆ ຈະເຂົ້າໃຈສີ່ງທີ່ມຸນມັງຂອງພໍ່ແມ່ໄດ້ດີກໍດ້ວຍຈາກການນໍາຮອຍການປະພຶດປະຕິບັດພາກຕົວຈິງ
ຂອງພວກເພິ່ນ ກໍອາດເປັນໄດ້

ຄິດໄປຄິດມາ ນີ້ອາດຈະເປັນວິທີສອນອັນນຶ່ງຂອງບັນພະບຸຣຸດລາວເຮົາ ຂ້າພະເຈົ້າເອງເຫັນພໍ່ເປັນຄົນຊື່ສັດ ກະຕັນຍູຕໍ່ຜູ້ມີພະຄຸນ ແລະຮັກໃນຄວາມເປັນທັມດ້ວຍຊີວິດຈິດໃຈ ຢາກບໍ່ຢາກ ຂ້າພະເຈົ້າເອງກໍໄດ້ຮັບອິດທິພົນອັນດີງາມນັ້ນນໍາ ແປກອີກຢ່າງ ລູກໆຂອງຂ້າພະເຈົ້າເອງກໍກາຍເປັນຄົນມີສິນມີທັມຄືພໍ່ຕູ້ຂອງພວກເຂົາ ອີກຕໍ່ນຶ່ງ

ຮູ້ສຶກວ່າ ເວົ້າຕະເລີດເປີດເປີງໄປຫລາຍແລ້ວ ຂໍກັບມາເວົ້າເລື້ອງມຸນເດີມວ່າ ມັນແມ່ນຫຍັງກັນແທ້? ຕາມຜູ້ຮູ້ສາທະຍາຍສູ່ຟັງ ມຸນເດີມແມ່ນສິ່ງທີ່ເປັນຮູປທັມ ແລະນາມມະທັມ ຮູປທັມກໍຄືເຂົ້າຂອງທີ່ບັນພະບຸຣຸດຮັກສາໄວ້ໃຫ້ເຮົາເຊັ່ນ ເຄື່ອງລາງຂອງຂັງ ຄາຖາອາຄົມ ງ້າວດາບທີ່ຄົມຂັນ ຊື່ງນັບໄດ້ວ່ານັ້ນເປັນສັນຍາລັກຂອງຕະກຸນ ສ່ວນທີ່ເປັນນາມມະທັມກໍຄື ການເຄົາຣົບນັບຖືຄວາມດີງາມ ຄວາມຈິງແລະຄວາມເປັນທັມເປັນຈຸດຫລັກຂອງການດໍາເນີນຊີວິດ

ເຮົາຈະສັງເກດເຫັນວ່າ ສັງຄົມລາວເປັນສັງຄົມທີ່ຕັ້ງຢູ່ໃນສິນໃນທັມ ຮູ້ດີຮູ້ຊົ່ວ ຮູ້ກາລະເທສະ ຮູ້ສັມມາຄາຣະວະ ດັ່ງນັ້ນຄົນລາວເຮົາເຖີງຈະໂຊກຮ້າຍໄດ້ຮັບເຄາະກັມ ບໍ່ວ່າຈາກສົງຄາມຮຸກຮານຫລືມະຫາໄພຕ່າງໆ ພວກເຮົາກໍບໍ່ທໍ້ແທ້ແລະປະໃຫ້ຊີວິດຕົກຢູ່ໃນກໍາມືຂອງບ້ວງມານ ສໍາລັບຂ້າພະເຈົ້າແລ້ວ ນັ້ນລະຄືເພັດນໍ້ານຶ່ງຂອງມຸນເດີມລາວເຮົາ ເພາະທ້າຍທີ່ສຸດ ມັນຈະບໍ່ມີຫຍັງສໍາຄັນໄປກ່ວາການເຄົາລົບນັບຖືຕົນເອງ ໂດຍການປະພຶດຕົວຢ່າງສົມສັກສີ ສົມກັບທີ່ເກີດມາເປັນມະນຸດ ອັນຕ່າງຈາກສັດເດັຽຣະສານທີ່ເດັຽຣະດາດຢູ່ທົ່ວໆໄປ


-ລາວເກົ່າ

____________________________________________________

ມື້ນີ້ຂ້າພະເຈົ້າຢາກເວົ້າຕື່ມອີກເລັກນ້ອຍກ່ຽວກັບມູນເດີມຂອງລາວເຮົາ ດ້ວຍວ່າຍ້ອນມູນເດີມທີ່ເຮົາມີ ຄົນລາວເຮົາຈຶ່ງບໍ່ເປັນຄົນດິບ (ເຄິ່ງຜີເຄິ່ງຄົນ) ຄົນບໍ່ມີຄູບາອາຈານສອນສັ່ງ ຄົນບໍ່ຮູ້ຈັກຜິດຈັກຖືກ ຄົນບໍ່ຢູ່ໃນສິນກິນໃນທັມ ແຕ່ເປັນຄົນທີ່ມີວັທນະທັມສະແດງອອກຢູ່ທີ່ການປາກເວົ້ານົວຫົວມ່ວນ ການແຕ່ງຕົວຢ່າງຈົບງາມ ການໄປການມາຢ່າງຄຽມຄົມ ການຮູ້ຈັກສັມມາຄາຣະວະຜູ້ສູງທັງໄວວຸດທິແລະຄຸນວຸດທິ ການຢູ່ການກິນຢ່າງມັທຍັດ ການປະພຶດປະຕິບັດຢ່າງສົມກຽດສັກສີ ຮ່ວມໄປຮອດເຖີງຄວາມຄິດຄວາມອ່ານທີ່ເລີກເຊີ້ງແລະກ້ວາງໄກພຸ້ນ

ຈະກ່າວສລຸບແລ້ວກໍແມ່ນວ່າ
ຊີວິດຂອງຄົນລາວເຮົານັ້ນຕັ້ງຢູ່ບົນພື້ນຖານຂອງທັມມະ ການໃຜ່ຮູ້ ເຂົ້າໃຈແລະເຂົ້າເຖີງໃນຄວາມດີຄວາມງາມແລະຄວາມເປັນຈິງ ບໍ່ແມ່ນການໂອ້ອວດແລະບໍາຣຸງບໍາເຣີກິເລດຕັນຫາຂອງຕົນເປັນຫລັກ

____________________________________________
ສະບາຍດີ

ຈາກປື້ມ “ຂອງເກົ່າບໍ່ເລົ່າມັນລືມ” ຂ້າພະເຈົ້າຂໍເອົາມາເວົ້າສູ່ຟັງສ່ວນທີ່ເປັນຂະລໍາອັນເປັນອີກມູນເດີມຂອງລາວເຮົາອັນນຶ່ງ ອີກຢ່າງຂ້າພະເຈົ້າຢາກຖາມທຸກທ່ານວ່າ ຜຍານີ້ແມ່ນຫຍັງ? ຜຍາຂອງລາວເຮົາແນ່ໃສ່ຍັງກັນແທ້? ແລະກໍກ່າວໄດ້ບໍ່ວ່າ ຄົນທີ່ມີຜຍາອັນຄົມຄາຍ ຄືທີ່ມີປັນຍາອັນເລີກແລບ?
**********
ຂອງຂະລໍາຕ່າງໆ

ໄປບໍ່ລາ ມາບໍ່ຄອບ
ໄປບໍ່ຊ່າງ ຍ່າງບໍ່ງາມ
ຍ່າງທືບຕີນຂຶ້ນຂັ້ນໄດ
ຍ່າງລາກເສັ້ນນ່ອງ
ຍ່າງຢຽບເງົາເຈົ້າຫົວ
ເຂົ້າວັດເວົ້າສຽງດັງ
ຂຶ້ນເຮືອນບໍ່ລ້າງຕີນ
ໄພ້ເຂີຍຜູ້ນ້ອຍ ນັ່ງຂາຂຶ້ນຫ້າງ ຕໍ່ຫນ້າເຈົ້າໂຄດ
ນັ່ງຕັນປະຕູ ນັ່ງຕັນຂັ້ນໄດ
ນັ່ງຫມອນ ນັ່ງກາງຜູ້ເຖົ້າ
ນັ່ງເທີງຫົວບ່ອນ
ນອນປີ່ນຫົວໄປທາງຕະເວັນຕົກ
ຂະລໍານໍ້າກິນຕ່ອນ
ເອົາເງື່ອນກິນໄປທານ
ຜູ້ໃຫຍ່ກິນເງື່ອນຜູ້ນ້ອຍ
ຜູ້ນ້ອຍກິນກ່ອນຜູ້ໃຫຍ່

ໄທເຮືອນດຽວກັນ ກິນເຂົ້າບໍ່ພ້ອມກັນ
ກິນເຂົ້າແລ້ວ ບໍ່ອັດຜາກ່ອງ
ກິນບໍ່ຮູ້ປະມານ ກິນບໍ່ສໍາຣວມ
ຍາມກິນຖົ່ມນໍ້າລາຍ ຄາຍຂີ້ມູກ
ຍາມກິນເອົາມືຄໍ້າຈ້າຍ
ໄດ້ກິນຊີ້ນບໍ່ສົ່ງອາ ໄດ້ກິນປາບໍ່ສົ່ງປູ່
ກິນເຂົ້າໂຕ ໂສຄວາມເພິ່ນ
ກິນເຫມິດກິນສ້ຽງ
ຕໍາເຂົ້າວັນພະວັນສິນ
ບ່ອນເຂັດບໍ່ຍໍາ ບ່ອນຂະລໍາບໍ່ຢ້ານ
ໃສ່ບາດຖາມເຈົ້າຫົວ
ຜົວເມັຽຜິດກັນ ຂົ່ມເຫັງກັນ ດ່າປ້ອຍເວນກັນ
ດ່າຫມູດ່າຫມາສຽດ
ຄວາມຣະຫັດຮູ້ເຖີງສອງ

- ລາວເກົ່າ

__________________________________________________

ຜູ່ບ່າວລາວຂໍສເນີ ຮີດສິບສອງ


ຫາມາປັນອ່ານ ບາງທີພໍຈະໄດ້ເລົ່າໃຫ້ລູກຫລານຟັງ.
ຮີດສິບສອງ ເປັນປະເພນີ ຂອງ ລາວ ທີ່ ປູ່ຍາ່ຕາຍາຍ ຂອໆພວກເຣາົ ໄດ້ນັບຖື ແລະກະທຳກັນມາ
ແຕ່ໂບຮານະການ ຊງຶ່ພວກເຮາົ ລູກຫລານຄວນເກັບຮັກສາໄວ້ແລັວນຳໄປປະຕິບັດ ປະກອບທັມເພື່ອເປັນມຸງຄຸນ
ແກ່ຕົນເອງ, ຄອບຄົວ ແລະສັງຄົມ ຕໍ່ ໄປພາຍຫນາ້.


* ຮີດສິບສອງ ມີກາບກອນ ແລະຄຳ ອະທິິບາຍ ດັ່ງຕໍ່ໄປນີ້:


໑. ເຖິງເມື່ອເດືອນຈຽງເ ຂາົ້ ກາຍມາແຖມຖ່າຍ ຝູງຫມູ່ສັງຄະເຈາົ້ ກໍ່
ຕຽມເຂາົ້ ສູ່ກັມ ມັນ ຫາກທຳນຽມນີ້ ມີມາຕັ້ງແຕ່ກ່ອນ
ຢ່າໄດ້ ລະຫາ່ງເວັ້ນ ເຂັນຊິຂອ້ງແລ່ນນຳ ແທ້ແລ້ວ


* ເດືອນຈຽງ ໃຫ້ນິມົນພຣະສັງຄະເຈົ້າເຂົ້າກັມທັມມະຖານ ທຳບຸນຖືສິນກິນທານ ຢາດນ້ຳໄປໃຫ້ຍາດພີ່ນອ້ງ
ຜູ້ລວ່ງລັບໄປແລ້ວ.


໒. ພໍແຕ່ເດືອນຍີ່ໄດ້ ລ້ຳ ລວ່ງມາເຖິງ ໃຫ້ພາກັນຫາຟືນ ສູ່ຄົນໂຮມໄວ້ ຢາ່ໄດ້ໄລຄອງນີ້ິ ຊິເສັຽສີສູນເປົ່າ
ເຂົ້າແລະຂອງຫມູ່ນັ້ນ ຊິຫາຍສຽ້ງ ບໍ່ຍັງ ຈົ່ງໃຫ້ຟັງຄອງນີ້ ແນວກອນເຮົາບອກ ຢາ່ໄດ້ເອົາອອກເວັ້ນ
ເຂັນຮ້າຍຊິແລ່ນເຖິງ ເຈົ້າເອີຍ


* ເດືອນຍີ່ທຳບຸນຄູນເຂົ້າ ພຣະສົງສູດມົນສູ່ຂວັນສູດເຂົ້າ ຊາວບາ້ນສະສົມຫາຟືນມາໄວ້.


໓. ເຖິງເມື່ອເດືອນສາມໄດ້ ຈົ່ງພາກັນເຮັດເຂົ້າຈີ່
ໄປຖວາຍສັງຄະເຈົ້າ ເອົາແທ້ຫມູ່ບຸນ ກຸສົນຍັງນຳຄຳ້ ຕາມເຮົາມື້ລະຄາບ ຫາກທຳນຽມຈັ່ງຊີ້ ມີແທ້ແຕ່ນານ


ໃຫ້ທຳໄປທຸກບາ້ນ ທຸກທີ່ເອົາບຸນພໍ່ເອີຍ
ຄອງຫາກເຄີຍມີມາ ແຕ່ ປາງປະຖົມພຸ້ນ
ຢາ່ ພາກັນໄລ ຖ ີ້ມ ປະເພນີຕງັ້ແແຕ່ເກົ່າ
ບາ້ນເມືອງເຮົາຊິເສົ້າ ພັຍຮາ້ຍຊິແລ່ນຕາມ
* ເດືອນສາມ ມື້ເພັງ ທຳບຸນເຂົ້າຈີ່ ແລະ ບຸນມາຄະບູຊາ.


໔. ພໍເຖິງ ເດືອນສີ່ໄດ້ ໃຫ້ເກັບດອກບຸບຜາ
ຫາມາລາດວງຫອມ ສູ່ຄົນເກັບໄວ້
ຢາ່ໄດ້ໄລຄອງນີ້ ຊິເສັຽສີສູນເປົ່າ
ຫາເອົາ ຕາກແດດໄວ້ ໃຫ້ທຳແທ້ ສູ່ຄົນ
ຢາ່ໄດ້ໄລຫນີພົ້ນ ແນວຄອງຕັ້ງແຕ່ ເກົ່າ
ໄຟທງັຫລາຍຊິແລນ່ເຂົ້າ ເຜົາບານ້ຊິເຊື່ອມສູນ
ໃຫ້ຝູງລາວທັງຄາ້ຍ ຢາ່ໄລຄອງຮີດເກົ່າ
ມັນຊິຫມອງຫມົ່ນເສົ້າ ເມືອງບາ້ນຊິທຸກຈົນ ແທ້ແລ້ວ


* ເດືອນສີ່ ທຳບຸນພຣະເຫວດ ຟັງເທດມະຫາຊາດ ຖວາຍກັນຫລອນ.


໕. ພໍເຖິງເດືອນຫາ້ໄດ້ ພວກໄພ່ຊາວເມືອງ
ຈົ່ງພາກັນຂັດສີ ສົງນ້ຳ ພຸທະຮູບ
ໃຫ້ທຳທຸກວັດແທ້ ຢາ່ໄລຮ້າງຫາ່ງເສັຽ ໃຫ້ພາກັນທຳແທ້ໆ ນອ້ຍໃຫຍ່ບໍ່ ໄດ້ວາ່
ທຸກທົ່ວທີບແຜ່ນຫລ້າ ໃຫ້ທຳແທ້ສູ່ຄົນ ຈັ່ງຊິສຸກຍິ່ງລົ້ນ ທຳຖືກຄຳສອນ
ຖືຮີດຄອງຄວນຖື ແຕ່ປາງປະຖົມພຸ້ນ


* ເດືອນຫ້າ ທຳບຸນຂື້ນປີໃຫມ່ ສົງນ້ຳພຣະພທຸະຮບູ ທຳລາບາສີ ແດ່ພໍ່ແມ່ ເຖົ້າແກ່ ຜູ້ອາວຸໂສ ບຸນຫົດນ້ຳ.


໖. ພໍເຖິງ ເດືອນຫົກໄດ້ ເອົາວາຣີ ສົງໂສດ
ຫົດພຣະພທຸະຮູບ ທັງເຫນືອໃຕ້ສູ່ພາຍ
ຢາ່ໄດ້ລະບຽງບາ່ຍ ປັດປາ່ຍຫາຍຫຍຸດ
ມັນຊິສູນເສັຽສີ ຕຳ່ໄປເມຶືອຫນາ້
ຈົ່ງພາກັນທຳແທ້ ແນວຄອງຮີດເກົ່າ ເອົາບຸນໄປເລອື້ຍໆ ຢາ່ຖອຍຫນາ້ເສືອ່ມເສັຽ


* ເດືອນຫົກ ບຸນວິສາຄະບູຊາ ບຸນບັ້ງໄຟ ພຣະເທດຕະຫສອດວັນ ມິການບວດນາກ ກາງຄືນ ມີການວຽນທຽນ.


໗. ພໍເມື່ອ ເດືອນເຈັດແລ້ວ ຈົ່ງພາກັນບູຊາຣາຊ
ຝູງຫມູ່ເທບເຫລົ່ານນັ້ ບູຊາແທ້ ສູ່ພາຍ
ຕລອດໄປຮອດອາ້ຍ ອາຣັກໃຫຍ່ມະເຫສັກ
ທັງຫລັກ ເມຶອງສູ່ຫົນ ຈົ່ງໃຫ້ບູຊາເຄົ້າ
ພາກັນເອົາໃຈຕັ້ງ ທຳຕາມຮີດເກົ່າ
ນິມົນສັງຄະເຈົ້າ ຊຳຣະແທ້ສວດມົນ
ໃຫ້ຝູງຊົນເມືອງນັ້ນ ທຳກັນຢາ່ໄດ້ຫາ່ງ
ຊຳຣະເມືອງຢາ່ຄາ້ງ ຊິເສັຽເສົ້າຕຳ່ສູນ
ທຸກຊິແລ່ນວຸ້ນງ ມາໂຮມໃສ່ເຕັມເມືອງ
ມັນຊິເຄືອງຄຳຂັດ ຕຳ່ລົງສູນເສົ້າ
ໃຫ້ເຈົ້າທຳຕາມນີ້ ແນວກອນເຮົາກາ່ວ
ຈື່ງຊິສຸກຢູ່ສາ້ງ ສວັນຟາ້ ເກິ່ງກັນ
ທຸກຫມື່ນແສນຮອ້ຍຊັ້ນ ບໍ່ມີວາ່ມາພານ
ປານກັບເມືອງສວັນ ສຸກເກິ່ງກັນທຽມໄດ້


* ເດືອນເຈັດ ທຳບຸນບູຊາເທວະດາຟາ້ດິນ ອົງຂະຣັກຫລັກເມືອງ ຜີໄຮ່ນາຕາແຮກ .
໘. ພໍເຖິງເດືອນແປດໄດ້ ລ້ຳລວ່ງມາເຖິງ ຝູງຫມູ່ສັງໂຄຄຸນ ເຂົ້າວັດສາຈຳຈອ້ຍ
ທຳຕາມຮອຍຂອງເຈົ້າ ພຣະໂຄດົມທຳກອ່ນ ບໍ່ຫາລອນເລີກມາ້ງ ທຳແທ້ສູ່ພາຍ
ແລ້ວຈົ່ງພາກັນໄຝ່ ຫາຂອງເທທອດ ທຳທານຢາ່ໄດ້ຄາ້ນ ຫາເອົາໄວ້ຫມູ່ບຸນ
ຊິເປັນແນວຫມູນຍູ້ ສູ່ສວັນເທິງອາກາດ ເພິ່ນຈຶ່ງຕັດບອກໄວ້ ຮີດເກົ່າຄອງເດີມ
ຟັງໃຫ້ມັນດີຄັກ ຢາ່ໄລເດີເຈົ້າ ຈົ່ງໃຫ້ພາກັນເຂົ້າ ທຳທານຕັກບາດ
ໂອກາດມີຊອກຄົ້ນ ຂຸດກົ່ນຂຸມບຸນ ເອົາທຶນໄປພາຍຫນ້າ ສວັນພຸ້ນຢູ່ເຢັນ


* ເດືອນແປດ ບຸນເຂົ້າພັນສາ ທຳບຸນຕັກບາດຖວາຍພັຕຕາຫານ ແດ່ພຣະສັງຄະເຈົ້າ .


໙. ພໍເຖິງ ເດືອນເກົ້າແລ້ວ ເປັນກາງແຫ່ງວັສສະການ
ຝູງປະຊາຊາວເມືອງ ກໍ ເລົ່າຕຽມຕົວ ພອ້ມ
ພາກັນ ທານຍັງເຂົ້າ ປະດັບດິນກິນກອ່ນ
ຍໍຍົກທານໃຫ້ເຈົ້າ ພຣະສົງພອ້ມ ສູ່ພາຍ
ທຳຈັ່ງຊີ້ບໍ່ຍາ້ຍ ເຖິງຂວບປີມາ
ພຣະຣາຊາໃນເມືອງ ກໍ ຈົ່ງທຳຕາມເຄົ້າ
ຮີດຫາກມີມາແລ້ວ ວາງລົງໃຫ້ຖືຕໍ່
ຈຳໄວ້ເດີພໍ່ເຖົ້າ ຫລານເວົ້າກາ່ວຈາ


* ເດືອນເກົ້າ ບຸນເຂົ້າປະດັບດິນ ທຳບຸນຕັກບາດຫຍາດນ້ຳ ໄປໃຫ້ຍາດພີ່ນອ້ງຜູ້ລວ່ງລັບໄປແລ້ວ.


໑໐. ພໍເມື່ອເດືອນສິບແລ້ວ ທາຍົກທອດບົວບານ
ເບີກບຸນກຸສົນທານ ຕໍ່ມາສອງຊອ້ນ
ເຂົ້າສະລາກນຳໄປໃຫ້ ສັງໂຄທານທອດ
ພາກັນຫວັງຍອດແກ້ວ ນິພານພົ້ນທິ່ສູງ
ຝູງຫມູ່ລຸງອາວປາ້ ຄະນາເມືອງນອ້ມສົ່ງ
ສັດທາລົງທອດໄວ້ ທານໃຫ້ແຜ່ໄປ
ພາກັນອຸທິດໃຫ້ ຝູງເຜດເພໂຄ
ຮວ່ມກັນໂມທະນາ ສູ່ຄົນຈົນກຽ້ງ


* ເດືອນສິບ ຫໍ່ ເຂົ້າສະລາກ ໃນມື້ເພັງອຸທິດທານ ໃຫ້ຍາດມິດ ທີ່ ລວ່ງລັບໄປແລ້ວ ເຫມືອນກັບບຸນຫໍ່ ເຂົ້າປະດັບດິນ.


໑໑. ເຖິງເດືອນສິບເອັດແລ້ວ ກໍ ເປັນແນວທາງປອ່ງ
ເປັນຊອ່ງຂອງພຣະເຈົ້າ ເຄີຍເຂົ້າແລ້ວອອກມາ
ຈຳ ວັສສາມາແລ້ວ ສາມເດືອນກໍເລີຍອອກ
ຮຽກວາ່ອອກພັນສາ ປຣາວະນາກາ່ວໄວ້ ເຮົາໄດ້ ເລົ່າມາ


* ເດືອນສິບເອັດ ບຸນອອກພັນສາ ໄຫລເຮືອໄຟ ໄຕ້ໂຄມ


໑໒. ເດືອນສິບສອງມາແລ້ວ ລົມວອຍຫນາວສັ່ນ
ເດືອນນີ້ຫນາວສະບັ້ນ ບໍ່ ຄືແທ້ແຕ່ຫລັງ
ເດືອນນີ້ເພິ່ນວາ່ໃຫ້ ລົງທອດພາຍເຮືອ
ບູຊາຝູງນາໂຄ ນາກເນົາໃນພື້ນ
ຊື່ວາ່ອຸຊຸພະນາກ ສິບຫາ້ຕະກຸນບອກໄວ້ ໃຫ້ບູຊາເສືມສົ່ງ
ຈົ່ງໃຫ້ທຳທຸກບ້ານ ບູຊາທາ່ນນາໂຄ
ແລ້ວລົງໂມທະນາ ຊື່ນຊົມກັນຫລີ້ນ
ກາງເວັນກາງຄືນໃຫ້ ຣະງົມງັນຂັບເສບ
ຈີ່ງຊິສຸກຢູ່ສາ້ງ ສະບາຍເນີ້ອຢູ່ເຢັນ
ທຸກທັງຫລາຍຫລີກເວັ້ນ ຫນີຫາ່ງບໍ່ມີພານ
ຂອງສາມານທັງປວງ ບໍ່ມີມາໃກ້
ໃຜຜູ້ທຳຕາມນີ້ ຈະເຣືນຂື້ນຍິ່ງໆ
ທຸກສິງມີບໍ່ໄຮ້ ທັງເຂົ້າຫມູ່ຂອງ
ພັຍບໍ່ໄດ້ຖືກຕອ້ງ ລຳບາກໃນຕົວ ກາຍບໍ່ມີມົວຫມອງ ຢາ່ງໃດ້ພໍດີ
ມີແຕ່ສຸຂຂີລົ້ນ ຄອງຄົນສະນຸກຍ່ິງ
ອົດໃຫ້ຫລິງປອ່ງນີ້ ເຖືງເຖົ້າແກ່ຊະຣາ


* ເດືອນສິບສອງ ບຸນຊວ່ງເຮືອ ທອດກະຖິນຜາ້ປາ່ ກອງອັດຖະ.



*****

ເຮືອນ໓ນໍ້າ໔

ເຮືອນ໓
໑ ໃຫ້ຮູ້ຈັກຮັກສາເຮືອນຜົມຄື ຮັກສາຜົມໃຫ້ສະອາດຢ່າໃຫ້ເຫມັນສາບເຫມັນກຸຍ ຢ່າໃຫ້ມີເຫົາມີເມັນ ຕ້ອງຫມັ່ນສະຫມັ່ນສາງໃຫ້ສະອາດ
໒ ໃຫ້ຮູ້ຈັກຮັກສາເຮືອນໄຟ ຄືການຄົວກິນໃຫ້ເປັນໃຫ້ແຊບ ຕລອດຈົນຮັກສາເຮືອນຄົວຖ້ວຍບ່ວງ
ໃຫ້ສະອາດຮຽບຮ້ອຍ
໓ ໃຫ້ຮູ້ຈັກຮັກສາເຮືອນນອນ ຄືບ່ອນຫລັບບ່ອນນອນໃຫ້ສະອາດ ປາສຈາກເຮືອດເມັນແລະຄວາມແປດເປື້ອນຕ່າງໆ

ນໍ້າ໔
໑ ນໍ້າກິນ
໒ ນໍ້າໃຊ້
໓ ນໍ້າໃຈ
໔ ນໍ້າເຕົ້າປູນຢ່າໃຫ້ແຫ້ງ
ໃນຂໍ້ທີ່ວ່າ ນໍ້າເຕົ້າປູນນີ້ ບູຮານເພິ່ນຄົງຫມາຍເອົາການຮູ້ຈັກຮັບຕ້ອນແຂກຄົນຍາດພີ່ນ້ອງຂອງຜົວ
ໃຫ້ສົມຄວນ ຕາມຖານະນັ້ນເອງ ດັ່ງນີ້ບູຮານເພິ່ນຈິ່ງສອນໄວ້ອີກບົດນຶ່ງວ່າ ຊິເອົາຜົວເອົາເມັຽໃຫ້ຖາມສີ່ແຈບ້ານ ຊິຕ້ານຊູ້ໃຫ້ຖາມສີ່ແຈເມືອງ ດັ່ງນີ້ ອັນນີ້ກໍເພື່ອໃຫ້ສືບຮູ້ຄົນຜູ້ທີ່ຕົນມັກຈະເອົາເປັນຜົວເປັນເມັຽນັ້ນວ່າ ເປັນຄົນມີຄຸນສົມບັດດີແນວໃດແດ່ນັ້ນເອງ

ສົມບັດ໓ຢ່າງ
໑ ຮູບສົມບັດ
ເປັນຄົນມີຮ່າງກາຍແຂງແຮງບໍ່ເປັນພຍາດຈ່ອຍໂຊ ບໍ່ເປັນຄົນພິການຕາບອດຫູຫນວກເປັນຕົ້ນ
໒ ຄຸນສົມບັດ
ເປັນຄົນມີຄວາມຮູ້ດີ ມີກິຣິຍາມາຣະຍາດຮຽບຮ້ອຍ ຮູ້ຜິດຮູ້ແມ່ນ ຮູ້ເຄົາຣົບຢໍາແຢງເປັນຕົ້ນ
໓ ຖານະສົມບັດ
ເປັນຄົນມີຫລັກມີຖານຫມັ້ນຄົງ ບໍ່ເປັນຄົນຈໍຣຈັດສະພັດສະພອຍເປັນຕົ້ນ