ວັນນະຄະດີ
Home Page

Traditions

Lao Proverbs

Literature

Buddhist Philosophy

Poems 

Love Poems

Writings

Poetry Album


ວັນນະຄະດີ
ມະຫາສີລາ ວິຣະວົງໄດ້ຂຽນລົງໃນປື້ມ ປໂຍດຂອງວັນນະຄະດີວ່າ ວັນນະຄະດີເປັນສິ່ງສະແດງຈິດໃຈ ແລະວັທນະທັມຂອງຊາດດີກ່ວາແນວອື່ນ ວັນນະຄະດີເປັນພະຍານຫລັກຖານບອກໃຫ້ຮູ້ຄວາມເປັນຢູ່ ຄວາມຄຶດ ຄວາມເຫັນ ຮີດຄອງປະເພນີຂອງຊາດໃນສະໄຫມຕ່າງໆ ດີກ່ວາປວັດສາດເພາະປວັດສາດບັນທຶກໄວ້
ແຕ່ເຫດການພາຍນອກທີ່ເກີດຂຶ້ນແລ້ວ ສ່ວນວັນນະຄະດີສະແດງເຖີງອໍານາດອັນສໍາຄັນ ທີ່ຝັງຢູ່ໃນຈິດໃຈຂອງປະຊາຊາດ ອັນເປັນສະມຸດຖານຂອງເຫດການທີ່ຜາກົດອອກມາພາຍນອກ ດັ່ງນີ້ວັນນະຄະດີຈິ່ງເປັນຮາກຖານຂອງຄວາມເປັນຊາດຢ່າງເລີກເຊິ່ງ ຖ້າຂາດຮາກຖານຄືວັນນະຄະດີແລ້ວ ຊາດຂອງເຮົາອາດຖືກລືບລ້າງສູນຫາຍໄປເທື່ອລະນ້ອຍ ຈົນກາຍເປັນຊາດອື່ນໄປ ເພາະບໍ່ມີຫລັກໃຫ້ຖືວ່າຕົນມີລັກສະນະອັນແທ້ຈິງເປັນຢ່າງໃດ ປັດຈະບັນນີ້ ຄວາມເປັນຢູ່ພາຍນອກຂອງມະນຸດໃກ້ຄຽງກັນຫລາຍ ຍ້ອນອໍານາດຂອງວິທຍາສາດ ແລະອິດທິພົນຂອງຊາວຕາເວັນຕົກ

ໂດຍຈໍາເພາະແລ້ວແມ່ນພວກເຮົາທີ່ຢູ່ໃນແຫລມອິນດູຈິນນີ້ເອງຄື ຈິນ ແກວ ຂເມນ ໄທ ລາວ ພະມ້າເປັນຕົ້ນ ໃນຈໍາພວກຊາດຕ່າງໆນີ້ ລາງຊາດມີວັທນະທັມ ພາສາ ຮີດຄອງປະເພນີ ເກືອບແມ່ນອັນດຽວກັນ ອິກຊໍ້າບໍ່ຕ້ອງເວົ້າເຖີງຄວາມເປັນຢູ່ພາຍນອກ ຄືເຄື່ອງນຸ່ງຫົ່ມ ຢູ່ກິນກໍໄດ້ ຕົວຢ່າງລະຫວ່າງຊົນຊາດລາວ ແລະຊົນຊາດໄທເປັນຕົ້ນ ຊົນສອງຊາດນີ້ ທຸກສິ່ງທຸກຢ່າງບໍ່ຕ່າງກັນເລີຍ ຕ່າງແຕ່ວັນນະຄະດີທໍ່ນັ້ນ ແລະໃນລະຫວ່າງວັນນະຄະດີແຫ່ງຊາດທັງສອງນີ້ ຖ້າວັນນະຄະດີຂອງຊາດໃດຈເຣີນກ່ວາ ມີອິດທິພົນສູງກ່ວາ ວັນນະຄະດີຂອງຊາດນັ້ນກໍໄດ້ປຽບ ອາກກືນເອົາຊາດທີ່ມີສິ່ງອື່ນໆຄືກັນຢູ່ແລ້ວນັ້ນ ໃຫ້ເປັນຊາດຂອງຕົນໄປງ່າຍໆ ເພາະຊົນຊາດທີ່ຖືກກືນນັ້ນ ລືມວັນນະຄະດີຂອງຕົນ ຫລົງໄຫລໄປນໍາວັນນະຄະດີຂອງຊາດອື່ນ

ເພາະສະນັ້ນ ເພື່ອໃຫ້ຊາດຂອງເຮົາຫມັ້ນຄົງ ດໍາລົງຢູ່ຕລອດໄປ ວັນນະຄະດີຈິ່ງເປັນສິ່ງຄວນຟື້ນຟູ ບໍາລຸງ ແລະສົ່ງເສີມໂດຍແທ້



ແມ່ຮ້າງກ່ອມລູກ


ນອນສາຫລ້າ
ຫລັບຕາເວົ້າງ່າຍ
ແມ່ສິໄປເຂັນຝ້າຍເດືອນຫງາຍຫລີ້ນຜູ້ບ່າວ
ລາງເທື່ອໄດ້ພໍ່ນ້າ
ມາລ້ຽງໃຫ້ໃຫຍ່ສູງ
ຫມູ່ເພິ່ນໄດ້ກິນປາຄ້າວໂຕທໍ່ຫົວເຮືອ
ໄດ້ກິນປາເສືອໂຕທໍ່ຫົວຊ້າງ
ໂຕໄດ້ກິນປາຂີ້ກ້າງເທິ່ງຊໍ້າເພິ່ນສິທານ
ນອນສາເດີ ຫລັບກ່ອນແມ່ເດີ